ພຣະ­ເຢ­ຊູ​ກັບ​ນີ­ໂກ­ເດມ

1ມີ​ຊາຍ​ຄົນ​ໜຶ່ງ​ໃນ​ພວກ​ຟາ­ຣີ­ຊາຍ​ຊື່​ນີ­ໂກ­ເດມ ເປັນ​ເຈົ້າ​ນາຍ​ຂອງ​ພວກ­ຢິວ.2ຜູ້​ນີ້​ໄດ້​ມາ​ຫາ​ພຣະ­ເຢ­ຊູ​ໃນ​ເວ­ລາ​ກາງ­ຄືນ​ທູນ​ພຣະ­ອົງ​ວ່າ, “ອາ­ຈານ­ເອີຍ, ພວກ​ຂ້າ­ນ້ອຍ​ຊາບ​ຢູ່​ວ່າ​ທ່ານ​ເປັນ​ຄູ​ທີ່​ມາ​ຈາກ​ພຣະ­ເຈົ້າ ເພາະ​ບໍ່­ມີ​ຜູ້­ໃດ​ອາດ​ເຮັດ​ໝາຍ​ສຳ­ຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ເວັ້ນ​ແຕ່​ພຣະ­ເຈົ້າ​ຊົງ​ສະ­ຖິດ​ຢູ່​ນຳ.”3ພຣະ­ເຢ­ຊູ​ຊົງ​ຕອບ​ວ່າ, “ເຮົາ​ບອກ​ທ່ານ​ຕາມ​ຄວາມ­ຈິງ​ວ່າ​ຖ້າ​ຜູ້­ໃດ​ບໍ່​ບັງ­ເກີດ​ມາ​ໃໝ່ ຜູ້­ນັ້ນ​ຈະ​ເຫັນ​ລາ­ຊະ​ແຜ່ນ­ດິນ​ຂອງ​ພຣະ­ເຈົ້າ​ບໍ່­ໄດ້.”4ນີ­ໂກ­ເດມ​ທູນ​ພຣະ­ອົງ​ວ່າ, “ຄົນ​ເຖົ້າ​ແລ້ວ​ຈະ​ບັງ­ເກີດ​ໄດ້​ຢ່າງ­ໃດ ຈະ​ເຂົ້າ​ໃນ​ທ້ອງ​ແມ່​ຂອງ­ຕົນ​ເທື່ອ​ທີ່​ສອງ​ແລ້ວ​ເກີດ​ມາ​ໄດ້​ຫລື.”

5ພຣະ­ເຢ­ຊູ​ຊົງ​ຕອບ​ວ່າ, “ເຮົາ​ບອກ​ທ່ານ​ຕາມ​ຄວາມ­ຈິງ​ວ່າ ຖ້າ​ຜູ້­ໃດ​ບໍ່­ໄດ້​ບັງ­ເກີດ​ມາ​ຈາກ​ນ້ຳ​ແລະ​ຈາກ​ພຣະ­ວິນ­ຍານ ຜູ້­ນັ້ນ​ຈະ​ເຂົ້າ​ໃນ​ລາ­ຊະ​ແຜ່ນ­ດິນ​ຂອງ​ພຣະ­ເຈົ້າ​ບໍ່­ໄດ້.6ຊຶ່ງ​ບັງ­ເກີດ​ຈາກ​ເນື້ອ​ກາຍ​ກໍ​ເປັນ​ເນື້ອ​ກາຍ ແລະ​ຊຶ່ງ​ບັງ­ເກີດ​ຈາກ​ພຣະ­ວິນ­ຍານ​ກໍ​ເປັນ­ວິນ​ຍານ.7ຢ່າ​ປະ­ຫລາດ​ໃຈ​ທີ່​ເຮົາ​ບອກ​ທ່ານ​ວ່າ ທ່ານ​ທັງ­ຫລາຍ​ຈຳ­ເປັນ​ຕ້ອງ​ບັງ­ເກີດ​ມາ​ໃໝ່.8ລົມ​ຢາກ​ພັດ​ໄປ​ທິດ​ໃດ​ກໍ​ພັດ​ໄປ​ທິດ​ນັ້ນ ແລະ​ທ່ານ​ໄດ້­ຍິນ​ສຽງ​ມັນ ແຕ່​ທ່ານ​ບໍ່​ຮູ້­ວ່າ​ມັນ​ມາ​ແຕ່​ໃສ​ຫລື​ໄປ​ໃສ ທຸກ​ຄົນ­ທີ່​ບັງ­ເກີດ​ຈາກ​ພຣະ­ວິນ­ຍານ​ກໍ​ເປັນ​ດັ່ງ­ນັ້ນ​ແຫລະ.”

9ນີ­ໂກ­ເດມ​ທູນ​ພຣະ­ອົງ​ວ່າ, “ເຫດ­ການ​ເຫລົ່າ­ນີ້​ຈະ​ບັງ­ເກີດ​ຂຶ້ນ​ໄດ້​ຢ່າງ­ໃດ.”10ພຣະ­ເຢ­ຊູ​ຊົງ​ຕອບ​ວ່າ, “ທ່ານ​ເປັນ​ອາ­ຈານ​ຂອງ​ພວກ​ອິ­ສຣາ­ເອນ​ແລະ​ຍັງ​ບໍ່​ຮູ້­ຈັກ​ສິ່ງ​ເຫລົ່າ­ນີ້​ຫລື.11ເຮົາ​ບອກ​ຄວາມ­ຈິງ​ແກ່​ທ່ານ​ວ່າ ພວກ­ເຮົາ​ເວົ້າ​ສິ່ງ​ທີ່​ເຮົາ​ຮູ້​ແລະ​ເປັນ​ພະ­ຍານ​ເຖິງ​ສິ່ງ​ທີ່​ພວກ­ເຮົາ​ໄດ້​ເຫັນ ແຕ່​ທ່ານ​ທັງ­ຫລາຍ​ບໍ່​ໄດ້­ຮັບ​ຄຳ​ພະ­ຍານ​ຂອງ​ເຮົາ12ຖ້າ​ເຮົາ​ບອກ​ທ່ານ​ທັງ­ຫລາຍ​ເຖິງ​ສິ່ງ​ຝ່າຍ​ໂລກ ແລະ​ທ່ານ​ບໍ່​ເຊື່ອ ຖ້າ​ເຮົາ​ບອກ​ທ່ານ​ເຖິງ​ສິ່ງ​ຝ່າຍ​ສະ­ຫວັນ ພວກ​ທ່ານ​ຈະ​ເຊື່ອ​ໄດ້​ຢ່າງ­ໃດ.13ບໍ່­ມີ​ຜູ້­ໃດ​ໄດ້​ຂຶ້ນ​ໄປ​ສູ່​ສະ­ຫວັນ ນອກ­ຈາກ​ຜູ້​ທີ່​ລົງ­ມາ​ຈາກ​ສະ­ຫວັນ​ຄື​ບຸດ​ມະ­ນຸດ.”14ໂມ­ເຊ​ໄດ້​ຍົກ​ງູ​ຂຶ້ນ​ໃນ​ປ່າ​ສັນ­ໃດ ບຸດ​ມະ­ນຸດ​ຈະ​ຕ້ອງ​ຖືກ​ຍົກ​ຂຶ້ນ​ສັນ­ນັ້ນ,15ເພື່ອ​ທຸກ​ຄົນ­ທີ່​ວາງ­ໃຈ​ເຊື່ອ​ໃນ​ພຣະ­ອົງ​ຈະ​ມີ­ຊີ­ວິດ​ອັນ­ຕະ­ຫລອດ­ໄປ­ເປັນ­ນິດ.

16ເພາະ­ວ່າ​ພຣະ­ເຈົ້າ​ຊົງ​ຮັກ​ໂລກ​ຈົນ​ໄດ້ ປະ­ທານ​ພຣະ­ບຸດ​ອົງ​ດຽວ​ຂອງ​ພຣະ­ອົງ ເພື່ອ​ທຸກ​ຄົນ­ທີ່​ວາງ­ໃຈ​ເຊື່ອ​ໃນ​ພຣະ­ບຸດ​ນັ້ນ​ຈະ​ບໍ່​ຈິບ­ຫາຍ ແຕ່​ມີ­ຊີ­ວິດ​ອັນ­ຕະ­ຫລອດ­ໄປ­ເປັນ­ນິດ.17ເພາະ­ວ່າ​ພຣະ­ເຈົ້າ​ໄດ້​ຊົງ​ໃຊ້​ພຣະ­ບຸດ​ຂອງ​ພຣະ­ອົງ​ເຂົ້າ​ມາ​ໃນ​ໂລກ ບໍ່­ແມ່ນ​ຈະ​ຕັດ​ສີນ​ລົງ­ໂທດ​ມະ­ນຸດ­ສະ­ໂລກ ແຕ່​ເພື່ອ​ມະ­ນຸດ­ສະ­ໂລກ​ຈະ​ພົ້ນ​ໄດ້​ດ້ວຍ​ພຣະ­ບຸດ​ນັ້ນ.18ຜູ້​ທີ່​ວາງ­ໃຈ​ໃນ​ພຣະ­ບຸດ​ກໍ​ບໍ່​ຖືກ​ຕັດ​ສີນ​ໂທດ ແຕ່​ຜູ້​ທີ່​ບໍ່​ວາງ­ໃຈ​ກໍ­ໄດ້​ຖືກ​ຕັດ​ສີນ​ລົງ­ໂທດ​ແລ້ວ ເພາະ​ບໍ່­ໄດ້​ເຊື່ອ​ໃນ​ພຣະ­ນາມ​ພຣະ­ບຸດ​ອົງ​ດຽວ​ຂອງ​ພຣະ­ເຈົ້າ.19ນີ້­ແຫລະ, ແມ່ນ​ການ​ຕັດ​ສີນ​ລົງ­ໂທດ ຄື​ວ່າຄ­ວາມ​ສະ­ຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ ແຕ່​ມະ­ນຸດ​ໄດ້​ຮັກ​ຄວາມ​ມືດ​ຫລາຍ­ກວ່າ​ຮັກ​ຄວາມ​ສະ­ຫວ່າງ ເພາະ​ກິດ­ຈະ­ການ​ຂອງ​ເຂົາ​ຊົ່ວ.20ດ້ວຍ​ວ່າ​ທຸກ​ຄົນ­ທີ່​ເຮັດ​ຊົ່ວ​ກໍ​ຊັງ​ຄວາມ​ສະ­ຫວ່າງ ແລະ​ບໍ່​ມາ​ເຖິງ​ຄວາມ​ສະ­ຫວ່າງ ເພາະ​ຢ້ານ­ວ່າ ການ­ເຮັດ​ຂອງ­ຕົນ​ຈະ​ເປີດ­ເຜີຍ.21ແຕ່​ບຸກ​ຄົນ­ທີ່​ເຮັດ​ຕາມ​ຄວາມ­ຈິງ​ກໍ​ມາ​ຫາ​ຄວາມ​ສະ­ຫວ່າງ ເພື່ອ​ໃຫ້­ການ​ຂອງ­ຕົນ​ປະ­ກົດ​ວ່າ​ໄດ້​ເຮັດ​ດ້ວຍ​ອາ​ໃສ​ພຣະ­ເຈົ້າ.

ພຣະ­ເຢ­ຊູ​ກັບ​ໂຢ­ຮັນ​ບັບ­ຕິ­ສະ­ໂຕ

22ຫລັງ­ຈາກ­ນັ້ນ​ພຣະ­ເຢ­ຊູ​ໄດ້​ສະ­ເດັດ​ໄປ​ຍັງ​ແຂວງ​ຢູ­ດາຍ​ພ້ອມ­ກັບ​ພວກ​ສາ­ວົກ​ຂອງ​ພຣະ­ອົງ ແລະ​ປະ­ທັບ​ຢູ່​ກັບ​ເຂົາ​ທີ່​ນັ້ນ ແລ້ວ​ຊົງ​ໃຫ້​ຮັບ​ບັບ­ຕິ­ສະ­ມາ.23ຝ່າຍ​ໂຢ­ຮັນ​ກໍ​ໃຫ້​ຮັບ​ບັບ­ຕິ­ສະ­ມາ​ຢູ່­ບ້ານ​ໄອ­ໂນນ​ໃກ້​ບ້ານ​ຊາ­ລາ­ອິມ​ເໝືອນ​ກັນ ເພາະ​ທີ່​ນັ້ນ​ມີ​ນ້ຳ​ຫລາຍ ແລະ​ຝູງ​ຄົນ​ກໍ­ພາ­ກັນ​ມາ​ຮັບ​ບັບ­ຕິ­ສະ­ມາ.24ດ້ວຍ​ວ່າ​ເວ­ລາ​ນັ້ນ​ໂຢ­ຮັນ​ຍັງ​ບໍ່​ທັນ​ໄດ້​ຕິດ​ຄຸກ.

25ເກີດ​ການ​ໂຕ້​ຖຽງ­ກັນ​ຂຶ້ນ​ລະ­ຫວ່າງ​ລູກ­ສິດ​ຂອງ​ໂຢ­ຮັນ​ກັບ​ຢິວ​ຄົນ​ໜຶ່ງ ເລື່ອງ​ການ​ຊຳ­ລະ­ລ້າງ.26ລູກ­ສິດ​ນັ້ນ​ຈຶ່ງ​ໄປ​ຫາ​ໂຢ­ຮັນ​ແລະ​ເວົ້າ​ວ່າ, “ອາ­ຈານ­ເອີຍ, ຜູ້​ທີ່­ຢູ່​ນຳ​ອາ­ຈານ​ທີ່​ຟາກ​ແມ່­ນ້ຳ​ຢໍ­ແດນ​ພຸ້ນ ຄື​ຜູ້​ທີ່​ອາ­ຈານ​ເປັນ​ພະ­ຍານ​ເຖິງ​ນັ້ນ ເບິ່ງ​ແມ, ຜູ້­ນັ້ນ​ກຳ­ລັງ​ໃຫ້​ຮັບ​ບັບ­ຕິ­ສະ­ມາ ແລະ​ຄົນ​ທັງ­ປວງ​ກໍ­ພາ­ກັນ​ໄປ​ຫາ​ເພິ່ນ.”

27ໂຢ­ຮັນ​ຕອບ​ວ່າ, “ມະ­ນຸດ​ຈະ​ຮັບ​ສິ່ງ­ໃດ​ບໍ່­ໄດ້ ເວັ້ນ​ໄວ້​ແຕ່​ທີ່​ຊົງ​ໂຜດ­ປະ­ທານ​ຈາກ​ສະ­ຫວັນ​ໃຫ້​ເຂົາ.28ທ່ານ​ທັງ­ຫລາຍ​ກໍ​ເປັນ​ພະ­ຍານ​ຝ່າຍ​ເຮົາ​ວ່າ​ເຮົາ​ໄດ້​ກ່າວ​ແລ້ວ​ວ່າ ‘ເຮົາ​ບໍ່​ເປັນ​ພຣະ­ຄຣິດ​ແຕ່​ເປັນ​ຜູ້­ຮັບ­ໃຊ້​ມາ​ກ່ອນ​ໜ້າ​ພຣະ­ອົງ.’29ຜູ້​ທີ່​ມີ​ເຈົ້າ​ສາວ​ກໍ​ແມ່ນ​ເຈົ້າ­ບ່າວ​ນັ້ນ​ແຫລະ ແຕ່​ສະ­ຫາຍ​ຂອງ​ເຈົ້າ­ບ່າວ​ທີ່​ຢືນ​ຟັງ​ເຈົ້າ­ບ່າວ​ຢູ່ ກໍ​ມີ​ຄວາມ​ຍິນ­ດີ​ຫລາຍ​ເພາະ​ໄດ້­ຍິນ​ສຽງ​ຂອງ​ເຈົ້າ­ບ່າວ​ນັ້ນ ຢ່າງ​ນັ້ນ​ແຫລະ, ຄວາມ​ຍິນ­ດີ​ຂອງ​ເຮົາ​ກໍ​ຄົບ­ຖ້ວນ​ແລ້ວ.30ພຣະ­ອົງ​ນັ້ນ​ຕ້ອງ​ຊົງ​ໃຫຍ່​ຂຶ້ນ ແຕ່​ເຮົາ​ຈະ​ຕ້ອງ​ນ້ອຍ​ລົງ.”

ຜູ້​ທີ່​ສະ­ເດັດ​ມາ​ຈາກ​ສະ­ຫວັນ

31ພຣະ­ອົງ​ຜູ້​ສະ­ເດັດ​ມາ​ຈາກ​ທາງ​ເທິງ​ຊົງ​ຢູ່​ເໜືອ​ທຸກ​ສິ່ງ ຜູ້​ທີ່​ເປັນ​ແຕ່​ແຜ່ນ­ດິນ­ໂລກ​ກໍ​ເປັນ​ຝ່າຍ​ໂລກ ແລະ​ຍ່ອມ​ກ່າວ​ຝ່າຍ​ໂລກ ພຣະ­ອົງ​ຜູ້​ສະ­ເດັດ​ຈາກ​ສະ­ຫວັນ​ຊົງ​ຢູ່​ເໜືອ​ທຸກ​ສິ່ງ.32ສິ່ງ​ທີ່​ພຣະ­ອົງ​ໄດ້​ຊົງ​ເຫັນ​ແລະ​ໄດ້­ຍິນ ພຣະ­ອົງ​ກໍ​ຊົງ​ເປັນ​ພະ­ຍານ​ຕໍ່​ສິ່ງ​ນັ້ນ ແຕ່​ບໍ່­ມີ​ຜູ້­ໃດ​ໄດ້­ຮັບ​ຄຳ​ພະ­ຍານ​ຂອງ​ພຣະ­ອົງ.33ຜູ້​ທີ່​ຮັບ​ຄຳ​ພະ­ຍານ​ຂອງ​ພຣະ­ອົງ​ກໍ​ປະ­ທັບ­ຕາ​ລົງ​ວ່າ​ພຣະ­ເຈົ້າ​ຊົງ​ສັດ​ຈິງ.34ເພາະ​ພຣະ­ອົງ​ຜູ້​ທີ່​ພຣະ­ເຈົ້າ​ຊົງ​ໃຊ້​ມາ​ນັ້ນ​ຊົງ​ກ່າວ​ພຣະ­ທຳ​ຂອງ​ພຣະ­ເຈົ້າ ເພາະ​ພຣະ­ເຈົ້າ​ບໍ່­ໄດ້​ປະ­ທານ​ພຣະ­ວິນ­ຍານ​ໃຫ້​ໂດຍ​ຈຳ­ກັດ.35ພຣະ­ບິ­ດາ​ຊົງ​ຮັກ​ພຣະ­ບຸດ ແລະ​ຊົງ​ມອບ​ທຸກ​ສິ່ງ​ໄວ້​ໃນ​ພຣະ­ຫັດ​ຂອງ​ພຣະ­ອົງ.36ຜູ້​ທີ່​ວາງ­ໃຈ​ໃນ​ພຣະ­ບຸດ​ກໍ​ມີ­ຊີ­ວິດ​ອັນ­ຕະ­ຫລອດ­ໄປ­ເປັນ­ນິດ ຜູ້​ທີ່​ບໍ່​ເຊື່ອ​ຟັງ​ພຣະ­ບຸດ​ກໍ​ຈະ​ບໍ່­ໄດ້​ເຫັນ​ຊີ­ວິດ ແຕ່​ພຣະ­ພິ­ໂລດ​ຂອງ​ພຣະ­ເຈົ້າ​ປົກ​ຄຸມ​ຢູ່​ເທິງ​ຜູ້­ນັ້ນ.